settings icon
share icon
ຄຳຖາມ

ພຣະເຍຊູຄຣີດສແມ່ນໃຜ?

ຄຳຕອບ


ພຣະເຍຊູຄຣີດສແມ່ນໃຜ? ມັນບໍ່ຄືກັບຄຳຖາມທີ່ວ່າ “ພຣະເຈົ້າມີຢູ່ແທ້ຈິງຫຼືບໍ່? ມີຄົນໜ້ອຍຫຼາຍທີ່ຈະຖາມວ່າ ພຣະເຍຊູຄຣີດມີຢູ່ແທ້ຈິງຫຼືບໍ່? ມັນເປັນການຍອມຮັບທີ່ກ້ວາງຂວາງວ່າ ພຣະເຍຊູເປັນ ເລື້ອງຈິງຂອງມະນຸດຜູ້ໜຶ່ງ ເຊິ່ງເດີນຢູ່ເທິງແຜ່ນດິນໂລກທີ່ປະເທດ ອິດສຣາເອລ ທີ່ຜ່ານມາກວ່າ 2000 ປີ. ການໂຕ້ ແຍ້ງໄດ້ເລີ້ມຂື້ນເມື່ອຫົວຂໍ້ການອະທິບາຍໃ ນເລື້ອງພຣະເຍຊູນັ້ນລະອຽດມາກ. ໂດຍສ່ວນໃຫຍ່ທຸກສາດສະໜາສອນ ເລື້ອງພຣະເຍຊູວ່າ ພຣະເຍຊູເປັນຜູ້ເຜຍພຣະວະຈະນະ ຫຼື ເປັນອາຈານທີ່ດີ ຫຼື ບໍ່ກໍ່ເປັນມະນຸດທີ່ເຄັ່ງສາດສະໜາ. ບັນຫາກໍ່ຄືພຣະຄຳພີ ໄດ້ບອກເຮົາເລື້ອງຂອງພຣະເຍຊູຍິ່ງກວ່ານັ້ນວ່າ ເປັນມາກກວ່າຜູ້ເຜຍພຣະວະຈະນະ, ເປັນອາ ຈານທີ່ດີ ຫຼື ເປັນບູລຸດທີ່ເຫຼືອມໃສໃນດ້ານສາດສະໜາ.

ຊີ ເອສ ລູວິສ ໄດ້ຂຽນໜັງສືກ່ຽວກັບການເປັນຄຣີດສຕຽນໄວ້ຕາມນີ້ “ການທີ່ຂ້າພະເຈົ້າໄດ້ພະຍາຍາມຢູ່ທີ່ນີ້ ກໍ່ເພື່ອ ຂັດຂວາງຜູ້ທີ່ໄດ້ກ່າວເຖິງສິ່ງທີ່ບໍ່ມີເຫດຜົນ, ບໍ່ມີສາລະ, ທີ່ມີຜູ້ກ່າວເຖິງກ່ຽວກັບພຣະເຍຊູຄຣີດສຫຼາຍຄັ້ງ” ຂ້າພະເຈົ້າ ຈະຍອມຮັບພຣະເຍຊູ ເປັນເໝືອນກັບອາຈານທີ່ຍິ່ງໃຫຍ່ໃນດ້ານສິນລະທຳ ແລະ ຈະລິຍະທຳ ແຕ່ວ່າບໍ່ຍອມຮັບຄໍາ ກ່າວອ້າງທີ່ວ່າເປັນພຣະເຈົ້າ” ສິ່ງນີ້ກໍ່ເປັນສິ່ງໜຶ່ງທີ່ພວກເຮົາບໍ່ຕ້ອງການກ່ຽວເຖິງ. ຊາຍຜູ້ໜຶ່ງເຊິ່ງເປັນຄົນທີ່ບໍລິສຸດ ແລະ ເວົ້າເຖິງເຫດການຕ່າງໆໄດ້ ພຣະເຍຊູເວົ້າວ່າ ພຣະອົງບໍ່ໄດ້ເປັນອາຈານທີ່ຍິ່ງໃຫຍ່ໃນດ້ານສິນລະທຳ ແລະ ຈະລິຍະທຳ ພຣະອົງອາດຈະເປັນເໝືອນກັບຄົນວິຕົກເຊັ່ ນດຽວກັບຊາຍອີກຄົນໜຶ່ງທີ່ບອກວ່າເຂົາເປັນໄຂ່ຕົ້ມ ຫຼືບໍ່ເຊັ່ນ ນັ້ນ ກໍ່ອາດຈະເປັນມານຊາຕານ ຫຼື ຜີສາດທີ່ມາຈາກຂຸມນາຮົກ ທ່ານຕ້ອງສ້າງຕົວແທນຂື້ນມາ ຫຼືບໍ່ຊາຍຜູ້ນີ້ແມ່ນ ຫຼື ເປັນບຸດຂອງພຣະເຈົ້າ ຫຼືບໍ່ສະນັ້ນ ກໍ່ອາດຈະເປັນຄົນບ້າ ຫຼືບໍ່ກໍ່ເປັນຜູ້ນຳສິ່ງເລວຮ້າຍ. “ທ່ານສາມາດຢຸດຕິການຫຼອກ ລວງນັ້ນໄດ້, ທ່ານສາມາດແທງແລະຂ້າເຂົາໄດ້ເໝືອນກັບຄົນທີ່ຊົ່ວຮ້າຍ ຫຼືທ່ານອາດຈະລົ້ມລົງແທບຕີນຂອງເຂົາ ແລ້ວຮຽກເຂົາວ່າເປັນເຈົ້າຈອມນາຍ ແລະ ພຣະຜູ້ເປັນເຈົ້າ. ແຕ່ຂໍໃຫ້ພວກເຮົາບໍ່ໃຫ້ເຂົ້າມາພົວພັນໃນການໃຫ້ການ ສະໜັບສະໜູນທີ່ບໍ່ມີສາລະກ່ຽວກັບອາຈານທີ່ເປັນມະນຸດທີ່ຍິ່ງໃຫຍ່. ລາວບໍ່ໄດ້ເຫຼືອຕົວເລືອກໃດໆໃຫ້ກັບເຮົາ ແລະ ເຂົາກໍ່ບໍ່ໄດ້ມີເຈດຕະນາທີ່ຈະຕ້ອງກະທຳເຊັ່ນນັ້ນ”,

ດັ່ງນັ້ນໃຜ ຫຼື ຜູ້ໃດທີ່ພຣະເຍຊູອ້າງວ້າເຂົາເປັນ? ຜູ້ໃດຄືຜູ້ທີ່ໄດ້ກ່າວໄວ້ໃນຄຳພຣີວ່າ, ຜູ້ເປັນ? ປະການທຳອິດ, ໃຫ້ ເຮົາເບິ່ງທີ່ພຣະວາຈາໃນພຣະຄຳພີຢອນ ບົດທີ 10 ຂໍ້ທີ 30 ”ເຮົາກັບພຣະບິດາເປັນອັນໜຶ່ງດຽວກັນ”. ຖ້າເບິ່ງແບບ ຜ່ານໆແວບດຽວທຳອິດ, ສິ່ງນີ້ອາດຈະຄ້າຍຄືກັນກັບການອ້າງສິດໃນການເປັນພຣະເຈົ້າ. ເຖິງຢ່າງໃດກໍ່ຕາມ, ຖ້າເບິ່ງທີ່ປະຕິກິລິຍາຂອງພວກຍີວໃ ນເລື້ອງການເວົ້າເລື້ອງລາວຂອງພຣະເຍຊູ (ເບິ່ງໃນພຣະທຳຢອນ ບົດທີ 10 ຂໍ້ທີ 33) ພວກຍີວພຣະອົງຕອບວ່າ “ເຮົາຈະຂ້ວງກ້ອນຫີນໃສ່ທ່ານ ບໍ່ແມ່ນຍ້ອນການກະທຳດີ ແຕ່ເພາະຍ້ອນການດູໝິ່ນ ປະໝາດພຣະເຈົ້າ” ພວກຍີວເຂົ້າໃຈເລື້ອງລາວທີ່ພຣະເຍຊູໄດ້ບອກວ່າ “ຕົວເອງບໍ່ໄດ້ຮຽກຮ້ອງເປັນພຣະເຈົ້າ“ ພຣະ ເຍຊູໄດ້ກ່າວໄວ້ນັ້ນຖືກຕ້ອງແລ້ວໂດຍປ ະກາດວ່າ”ເຮົາກັບພຣະບິດາເປັນອັນໜຶ່ງດຽວກັນ”(ໃນພຣະທຳ ຢອນ ບົດທີ 10 ຂໍ້ທີ 30) “ເຮົາກັບພຣະບິດາເປັນອັນໜຶ່ງອັນດຽວກັນ” ໃນພຣະທຳຢອນ ບົດທີ 8 ຂໍ້ທີ 58 ກໍ່ເປັນອີກຕົວຢ່າງ ໜຶ່ງທີ່ພຣະເຍຊູໄດ້ຕັດໄວ້ວ່າ “ເຮົາບອກຄວາມຈິງແກ່ທ່ານວ່າ ເຮົາດຳລົງຢູ່ກ່ອນອັບບຣາຣໍາ ເກີດ” ອີກເທື່ອໜຶ່ງ, ທີ່ພຣະເຍຊູໄດ້ຕອບໃນພຣະທຳຢອນ ບົດທີ 8 ຂໍ້ທີ 58. ພຣະອົງປະກາດວ່າ “ເຮົາເປັນເໝືອນຜູ້ທີ່ເຮົາເປັນ” ເປັນ ຄວາມກ່ຽວຂ້ອງໂດຍກົງໃນພຣະຄຳພີເດີມ ໃນເລື້ອງນາມຂອງພຣະເຈົ້າ (ເບິ່ງໃນພຣະທຳອົບພະຍົບ ບົດທີ 3 ຂໍ້ທີ 14). ນັ້ນກໍ່ເປັນເຫດທີ່ວ່າ ເປັນຫຍັງພວກຍີວຈຶ່ງຍາກເອົາກ້ອນຫີນຂ້ວງໃສ່ພຣະເຍຊູ ຖ້າຫາກວ່າພຣະອົງບໍ່ໄດ້ກ່າວອັນ ໃດທີ່ພວກເຂົ້າເຊື່ອວ່າ ພຣະອົງໝິ່ນປະໝາດອົງພຣະຜູ້ເປັນເຈົ້າພຣະນາມຂອງພຣະອົງ ແລະ ການອ້າງອີງວ່າພຣະ ອົງເປັນພຣະເຈົ້າ?.

ໃນພຣະທຳຢອນ ສະບັບທີ 1 ຂໍ້ທີ 1 ໄດ້ກ່າວໄວ້ວ່າ “ພຣະວາຈາຄືພຣະເຈົ້າ” ພຣະທຳຢອນ ສະບັບທີ 1 ຂໍ້ທີ 14 ກ່າວໄວ້ວ່າ “ພຣະວາຈາໄດ້ກຳເນີດເປັນມະນຸດ” ສິ່ງນີ້ເປັນເຄື່ອງຊີ້ໃຫ້ເຫັນຢ່າງຊັດເຈນວ່າ ພຣະເຍຊູເປັນພຣະເຈົ້າໃນ ຮ່າງກາຍຂອງມະນຸດ. ໂທມັດສເປັນສາວົກຂອງພຣະອົງໄດ້ກ່າວແກ່ພຣະເຍຊູວ່າ (ເບິ່ງໃນພຣະທຳຢອນ ສະບັບທີ 20 ຂໍ້ທີ 28) “ອົງພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ແລະ ພຣະເຈົ້າຂອງຂ້າພຣະອົງ” ພຣະອົງບໍ່ໄດ້ລົງໂທດເຂົາ. ອາຈານ ປອນ ສາວົກຂອງພຣະເຍຊູຄຣີດສໄດ້ອ ະທິບາຍພຣະລັກສະນະຂອງພຣະເຍຊູໄວ້ເໝືອນກັບ “ພຣະເຍຊູ ຄຣີດສ ຄືພຣະເຈົ້າຜູ້ຍິ່ງໃຫຍ່ ແລະ ຜູ້ຊ່ວຍໃຫ້ລອດ” (ເບິ່ງໃນພຣະທຳ ທິຕັດສ ບົດທີ 2 ຂໍ້ທີ 13). ເປເຕີ ສາວົກຂອງພຣະອົງກໍ່ໄດ້ກ່າວໄວ້ຄ້າຍຄືກັນ (ເບິ່ງພຣະທຳ 2 ເປເຕີ ບົດທີ 1 ຂໍ້ທີ 1) ວ່າ “ພຣະເຈົ້າຂອງເຮົາຄືພຣະ ເຍຊູຄຣີດສ ຄືພຣະຊ່ວຍໃຫ້ລອດຂອງເຮົາ” ພຣະເຈົ້າພຣະບິດາຄືຄຳພະຍານທີ່ເໝືອນກັນຢ່າງສົມບູນຂອງພຣະເຍຊູ ດ້ວຍ ແຕ່ໃນສ່ວນຂອງພຣະບຸດຂອງພຣະອົງຕັດໄວ້ວ່າ “ພຣະບິດາເຈົ້າຜູ້ສະຖິດຢູ່ເໜືອນບັນລັງຈະເປັນສຸດທ້າຍຕະ ຫຼອດການ ແລະ ເປັນຄະທາແຫ່ງຄວາມຊອບທຳບົນແຜ່ນດິນຂອງທ່ານທັງຫຼາຍ” ໃນພັນທະສັນຍາເດີມໄດ້ມີການທໍາ ນາຍເລື້ອງຂອງພຣະຄຣີດສວ່າ ພຣະອົງເປັນພຣະຜູ້ເປັນເຈົ້າ “ສຳລັບພວກເຮົາ ເມື່ອມີເດັກທາຣົກເກີດມາ ກໍ່ເປັນບຸດທີ່ພຣະເຈົ້າປະທານໃຫ້ມາ ແລະ ຕົວຂອງເຂົາກໍ່ຈະເປັນຜູ້ຮັບພາລະໃນການຈັດການ ແລະ ຮັບຜິດຊອບ ແລະ ເຂົາຈະຖືກເອີ້ນວ່າ ທີ່ປຶກສາມະຫັດສະຈັນ, ພຣະເຈົ້າຜູ້ມີລິດອະນຸພາບຍິ່ງໃຫຍ່, ພຣະບິດາຊົ່ວນິລັນ, ພຣະເຍຊູຄຣີດສ”

ດັ່ງເຊັ່ນທີ່ ຊີ ເອດ ລູວີລ ໄດ້ອ້າງເຖິງຄວາມເຊື່ອໃນເລື້ອງຂອງພຣ ະເຍຊູທີ່ເປັນອາຈານທີ່ແສນດີນັ້ນ ບໍ່ໄດ້ເປັນສິ່ງທີ່ ໃຫ້ເລືອກໄດ້ ພຣະເຍຊູບໍ່ມີມົນທິນ ແລະ ບໍ່ອາດຈະໂຕ້ແຍ້ງໄດ້ວ່າພຣະອົງອ້າງສິດທິໃນການເປັນພຣະເຈົ້າ. ຖ້າວ່າ ພຣະອົງບໍ່ແມ່ນພຣະເຈົ້າເຊັ່ນນັ້ນພຣະອົງກໍ່ຄົງເປັນຜູ້ທີ່ຂີ້ຕົວະ ບໍ່ໄດ້ເປັນຜູ້ທີ່ເຜີຍພຣະວະຈະນະເປັນພຣະອາຈານ. “ນັກປາດ” ຍຸກໃໜ່ພຣະຍາຍາມທີ່ຈະອະທິບາຍພຣະວະຈະນະ ຂອງພຣະເຍຊູໃຫ້ແຕກຕ່າງອອກໄປ ເປັນເລື້ອງໃໝ່ ໃຫ້ແກ່ສິດທີ່ອ້າງວ່າ “ເປັນເລື້ອງຈິງໃນປະຫວັດສາດພຣະເຍຊູ” ມີຫຼາກຫຼາຍໃນພຣະຄຳພີທີ່ບໍ່ໄດ້ອ້າງເຖິງພຣະເຍຊູ ພວກເຮົາມີການໂຕ້ແຍ້ງໃນເລື້ອງຂອງພຣ ະວະຈະນະຂອງພຣະເຈົ້າທີ່ກ່ຽວກັບພຣະເຍຊູວ່າ ພຣະເຍຊູໄດ້ກະທຳ ຫຼື ບໍ່ໄດ້ກະທຳຫຼືໄດ້ກ່າວຫຍັງອອກໄປ? ດ້ວຍເຫດຜົນທີ່ວ່າ ພຣະເຍຊູເປັນຜູ້ທີ່ເບິ່ງເຫັນຢ່າງທະລຸປຸໂປງ ແລະ ມີຄວາມ ເຂົ້າໃຈຢ່າງເລິກເຊິ່ງໃນສິ່ງທີ່ພຣ ະອົງໄດ້ກະທຳໃນສິ່ງເຫຼົ່ານັ້ນແກ່ຜູ້ທີ່ຢູ່ນຳພຣະອົງ ຮັບໃຊ້ພຣະອົງ ແລະ ພຣະອົງ ໄດ້ສອນດ້ວຍພຣະອົງເອງ ແຕ່ເປັນເພາະເຫດໃດພວກເຂົາໄດ້ຫາຍຈາກພຣະອົງໄປໃນເມື່ອ 2000 ປີກ່ອນ (ເບິ່ງໃນພຣະທຳຢອນ ບົດທີ 14 ຂໍ້ທີ 26)?

ຄຳຖາມທີ່ວ່າເປັນຫຍັງ ຫຼື ມີເຫດຜົນໃດທີ່ສະຖານະທີ່ຖືກຕ້ອງຂອງພຣະເຍຊູຈຶ່ງເປັນເລື້ອງສຳຄັນ? ຫຼືວ່າ ເປັນຫຍັງ ຈຶ່ງເປັນເລື້ອງທີ່ສຳຄັນວ່າພຣະເຍຊູເປັນພຣະເຈົ້າແທ້ຫຼືບໍ່? ເຫດຜົນທີ່ສຳຄັນທີ່ສຸດກໍ່ຄືພຣະເຍຊູຕ້ອງເປັນພຣະເຈົ້າ ນັ້ນ ໝາຍຄວາມວ່າ ຖ້າພຣະອົງບໍ່ໄດ້ເປັນພຣະເຈົ້າ. ການຕາຍຂອງພຣະອົງກໍ່ຄົງບໍ່ພຽງພໍສຳລັບການຈ່າຍຄ່າຂອງຄວາມ ບາບໃຫ້ກັບພວກເຮົາທຸກຄົນໃນໂລກນີ້ (ໃນພຣະທຳຢອນ 1 ບົດທີ 2 ຂໍ້ທີ 21). ມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດ ຈ່າຍຄ່າຄວາມບາບຂອງເຮົາໄດ້ຢ່າງບໍ່ມີທີ່ສິ້ນສຸດ (ເບິ່ງໃນພຣະທຳໂຣມ ບົດທີ 5 ຂໍ້ທີ 8, ພຣະທຳ 2 ໂຄຣິນ ບົດທີ 5 ຂໍ້ທີ 21). ພຣະອົງຕ້ອງເປັນພຣະເຈົ້າເພື່ອພຣະອົງຈະໄດ້ຊຳລະໜີ້ບາບໄດ້. ພຣະເຍຊູຕ້ອງມາເກີດເປັນມະນຸດ ເພື່ອພຣະອົງຈະໄດ້ມາສິ້ນຊີວິດຢູ່ເທິງໄ ມ້ກາງເຂນເພື່ອຊ່ວຍໃຫ້ເຮົາຫຼຸດພົ້ນຈາກຄວາມບາບ ແລະ ບຶງໄຟນາລົກນັ້ນໄດ້ ການຊ່ວຍໃຫ້ລອດພົ້ນຈາກບຶງໄຟນາລົກນັ້ນ ບໍ່ແມ່ນຈະໄດ້ຈາກເຊື່ອ ແລະ ໄວ້ໃຈໃນພຣະເຍຊູຄຣີດສ ພຣະຜູ້ເປັນ ເຈົ້າຂອງເຮົາ. ພຣະອົງເປັນທາງດຽວທີ່ຈະເຮັດໃຫ້ເຮົາພົ້ນຈາກຄວາມບາບ ແລະ ບຶງໄຟນາລົກ. ພຣະເຍຊູ ພຣະຜູ້ ເປັນເຈົ້າໄດ້ກ່າວໄວ້ວ່າ “ເຮົາເປັນທາງນັ້ນ ເປັນຄວາມຈິງ ແລະ ເປັນຊີວິດ ບໍ່ມີຜູ້ໃດມາເຖິງພຣະບິດາໄດ້ ນອກຈາກ ມາທາງເຮົາ” (ໃນພຣະທຳ ຢອນ ບົດທີ 14 ຂໍ້ທີ 6).

English



ກັບໄປທີ່ໂຮມເພດຂອງການແປພາສາ

ພຣະເຍຊູຄຣີດສແມ່ນໃຜ?
© Copyright Got Questions Ministries