settings icon
share icon
ຄຳຖາມ

ພຣະເຍຊູເປັນພຣະເຈົ້າແທ້ບໍ່? ພຣະເຍຊູອ້າງສິດທິໃນການເປັນພຣະເຈົ້າແທ້ບໍ່?

ຄຳຕອບ


ພຣະເຍຊູບໍ່ເຄີຍຖືກບັນທຶກໄວ້ໃນພະຄຳພີ ເພາະວ່າຄຳເວົ້ານັ້ນລ້ວນແຕ່ຕົງຕາມຄວາມເປັນຈິງທີ່ວ່າ “ຂ້າພຣະເຈົ້າ ແມ່ນເປັນພຣະເຈົ້າ ແຕ່ໃນນັ້ນກໍ່ບໍ່ໄດ້ໝາຍຄວາມວ່າ ພຣະເຍຊູບໍ່ໄດ້ປ່າວປະກາດວ່າ ຕົວພຣະອົງເອງ ເປັນພຣະເຈົ້າດັ່ງຕົວຢ່າງພຣະວະຈະນະໃນພະທຳຢອນ ບົດທີ່ 10 ຂໍ້ທີ 30 ທີ່ກ່າວເຖິງພຣະເຍຊູວ່າ “ເຮົາ ແລະ ພະບິດາເປັນໜຶ່ງອັນດຽວກັນ”. ໃນຕອນທຳອິດທີ່ທ່ານໄດ້ກ່າວນີ້, ບໍ່ຄືກັບການອ້າງອີງສິດທິໃນການເປັນພຣະເຈົ້າ ແຕ່ໃຫ້ມາເບິ່ງກັນທີ່ການປະຕິກິລິຍາຕອບໂຕ້ຂ ອງພວກຍີວໃນການກ່າວອອກໄປຂອງພຣະເຍຊູນັ້ນ ພວກຍີວຕອບວ່າ ເຮົາຈະເອົາກ້ອນຫີວຂ່ວງໃສ່ທ່ານ ນັ້ນບໍ່ແມ່ນເພາະການກະທຳດີ ແຕ່ແມ່ນການເວົ້າດູໝິ່ນພະເຈົ້າ. ເພາະວ່າທ່ານເປັນ ພຽງແຕ່ມະນຸດທຳມະດາ ແຕ່ວ່າຕັ້ງຕົວເອງເປັນພຣະເຈົ້າ (ໃນພະທຳ ຢອນ ບົດທີ່ 10 ຂໍ້ທີ 33). ພວກຍີວພາກັນ ເຂົ້າໃຈວ່າຖ້ອຍຄຳຂອງພຣະເຍຊູນັ້ນອ້າງສິດການເປັນພຣະເຈົ້າ. ຈາກຄຳກ່າວຂອງພະວັດຈະນະ ໃນບົດກ່ອນໜ້ານີ້ ທີ່ພວກຍີວອ້າງວ່າຜິດ, ພະອົງບໍ່ໄດ້ອ້າງວ່າພຣະອົງເປັນພະເຈົ້າ. ແຕ່ມີສິ່ງທີ່ເປັນເຄື່ອງສະແດງວ່າ ທີ່ພຣະເຍຊູກ່າວມານັ້ນເປັນຄວາມຈິງ (ໃນພະຄຳພີຢອນ ບົດທີ່ 10 ຂໍ້ທີ 30). “ເຮົາ ແລະ ພຣະບິດາເປັນໜຶ່ງ ອັນດຽວກັນ” ຄືການທີ່ພະອົງປະກາດວ່າ ຕົວພຣະອົງເປັນພຣະເຈົ້າ. ອີກຕົວຢ່າງໜຶ່ງ, ກໍ່ຄືໃນພະຄຳພີ ຢອນ ບົດທີ 8 ຂໍ້ທີ 58 ພຣະເຍຊູໄດ້ກ່າວໄວ້ວ່າ “ເຮົາບອກຄວາມຈິງແກ່ທ່ານວ່າເຮົາດຳລົງຢູ່ກ່ອນ ອັບບຣາຮຳ ເກີດ” ນີ້ກໍ່ເປັນ ອີກຄັ້ງທີ່ພວກເຍີຈະເອົາຫີນຂ້ວງໃສພຣະອົງ. ເພາະເຫດໃດພວກຍີວຈຶ່ງຍາກເອົາກ້ອນຫີນຂ້ວງໃສ່ ພະອົງ. ໃນເມື່ອ ທີ່ພະອົງບໍ່ໄດ້ກ່າວສິ່ງທີ່ເຮັດໃຫ້ພ ວກຍີວຄິດວ່າພະອົງໝິ່ນປະໝາດພະນາມຂອງພະເຈົ້າ ແລະ ອ້າງວ່າເປັນພຣະເຈົ້າ?

ໃນພະຄຳພີຢອນ ບົດທີ 1 ຂໍ້ທີ 1 ກ່າວໄວ້ວ່າ “ພຣະວາຈສເປັນພຣະອົງເປັນພະເຈົ້າ” ໃນຄຳພີຢອນ ບົດທີ 14 ຂໍ້ທີ 14 ກ່າວໄວ້ວ່າ “ພຣະວາຈາເກີດເປັນມະນຸດ” ນີ້ເປັນສິ່ງທີ່ຊີ້ໃຫ້ເຫັນຢ່າງຊັດເຈນວ່າ ພຣະເຍຊູເປັນພະເຈົ້າທີ່ມາເກີດ ເປັນມະນຸດ. ໃນພຣະທຳມະກິດຈະການຂອງອັກຄະລະທູດ ບົດທີ 20 ຂໍ້ທີ 28 ກ່າວໄວ້ວ່າ, “ທ່ານທັງຫຼາຍຈົ່ງລະວັງ ຕົວໃຫ້ດີ ແລະ ຈົ່ງຮັກສາຝູງແກະທີ່ພຣະວິນຍານບໍລິສຸດ. ໄດ້ຕັ້ງຕົວທ່ານໄວ້ໃຫ້ເປັນຜູ້ດູແລ ແລະ ເພື່ອຈະໄດ້ປົກ ຄອງຄຣີກສະຈັກ ຂອງພຣະຜູ້ເປັນເຈົ້າ, ທີ່ພຣະອົງໄດ້ມາຈາກເລືອດຂອງພຣະອົງເອງ”. ແມ່ນໃຜເປັນຜູ້ຊື້ ຄຣີດສະ ຈັກມາດ້ວຍເລືອດເນື້ອຂອງພຣະອົງເອງ? ພຣະເຍຊູ ຄຣີດສ໌ ໃນພຣະກິດຈະການອັກຄະລະ ບົດທີ 20 ຂໍ້ທີ 28 ໄດ້ບອກໃຫ້ເຮົາຮູ້ວ່າພຣະເຈົ້າໄດ້ຊື້ ຄຣີດສະຈັກ ຂອງພຣະອົງມາດ້ວຍໂລຫິດຂອງພຣະເອົງເອງ. ດັ່ງນັ້ນ ພຣະເຍຊູ ກໍ່ຄືພຣະເຈົ້ານັ້ນເອງ!

ໂທມາດ ສາວົດຜູ້ຕິດຕາມພຣະອົງໄດ້ກ່າວເຖິງພຣະເຍຊູວ່າ ”ພຣະເຍຊູເປັນຈອມເຈົ້ານາຍ ແລະ ເປັນພຣະເຈົ້າ ຂອງຂ້າພະເຈົ້າ” ພຣະອົງບໍ່ເຄີຍລົງໂທດຂ້າພະເຈົ້າ. ໃນພຣະທຳມະຕິຕັດສ ບົດທີ 2 ຂໍ້ທີ 13 ໄດ້ໜູນໃຈຂອງ ພວກເຮົາວ່າ ໃຫ້ພວກເຮົາລໍຄອຍຄວາມສຸກ, ເຊິ່ງຈະໄດ້ຕາມຄວາມຫວັງ ໄດ້ແກ່ການປະກົດຂອງພຣະສິຣິ ຂອງພຣະເຈົ້າອັນຍິ່ງໃຫຍ່ຄື ພຣະເຍຊູ ຄຣີດສ໌ ເປັນຜູ້ຊ່ວຍໃຫ້ພວກເຮົາລອດ (ເບິ່ງທີ່ພຣະທຳ ເປໂຕ ບົດທີ 1 ຂໍ້ທີ 1 ປະກອບດ້ວຍ). ໃນພຣະທຳ ອີບຣູ ບົດທີ 1 ຂໍ້ທີ 8 ພຣະບິດາໄດ້ເວົ້າກັບ ພຣະເຍຊູວ່າ “ແຕ່ສ່ວນພຣະບຸດນັ້ນ ພຣະອົງເວົ້າວ່າ “ພຣະເຈົ້າ, ຂ້າພຣະທີ່ນັ່ງ ຂອງພຣະອົງດຳລົງຢູ່ເປັນນິດນິລັນ ພຣະຄະທາແຫ່ງແຜ່ນດິນ ຂອງພຣະອົງກໍ່ເປັນພຣະຄະທາທີ່ທ່ຽງທຳ”.

ໃນພຣະທຳວິວອນ ທູດສະຫວັນໄດ້ສັງອັດທຣູຢອນ ໃຫ້ນະມັດສະການພຣະເຈົ້າພຣະອົງດຽວ (ເບິ່ງບົດພຣະທຳ ບົດທີ 2 ຂໍ້ທີ 11, ບົດທີ 14 ຂໍ້ທີ 33, ບົດທີ 28 ຂໍ້ທີ 9, ພຣະທຳ ບົດທີ 24 ຂໍ້ທີ 52, ພຣະທຳຢອນ ບົດທີ 9 ຂໍ້ທີ 38). ພຣະເຍຊູບໍ່ເຄີຍຕໍ່ວ່າ ຫຼື ຕຳນິປະຊາຊົນ ເພື່ອໃຫ້ນະມັດສະການກາບໄຫ້ວໃນພຣະອົງ. ໃນເມື່ອພຣະເຍຊູບໍ່ ແມ່ນພຣະເຈົ້າ, ພຣະອົງຄົງຢາກບອກໃຫ້ປະຊາຊົນບໍ່ຕ້ອງມານະມັດສະການພຣະອົງ. ເຊັ່ນດຽວກັນກັບທູດສະຫວັນທີ່ ໄດ້ສັ່ງໄວ້ໃນພຣທຳວິວອນ ແລະ ພຣະວະຈະນະ. ອີກຫຼາຍບົດຫຼາຍຕອນໃນພຣະຄຳພີໄດ້ຖົກຖຽງກັນວ່າ ພຣະເຍຊູ ເປັນພຣະເຈົ້າ.

ມີເຫດຜົນທີ່ສຳຄັນທີ່ສຸດທີ່ວ່າ ພຣະເຍຊູຕ້ອງເປັນພຣະເຈົ້ານັ້ນຄື ຖ້າພຣະອົງບໍ່ແມ່ນພຣະເຈົ້າແລ້ວ ການສິ້ນພຣະຊົນ ຢູ່ເທິງໄມ້ກາງເຂນຂອງພຣະອົງກໍ່ບໍ່ພໍພຽງກັບການລົບລ້າງໂ ທດບາບທີ່ຕົກຢູ່ກັບພວກເຮົາທັງຫຼາຍພຽງແຕ່ພວກດຽວ. ແຕ່ໄດ້ລົບລ້າງບາບໃຫ້ມະນຸດທັງປວງບົນໂລກນີ້ດ້ວຍ (ເບິ່ງພຣະທຳ 1 ຢອນ ບົດທີ 2 ຂໍ້ທີ 2). ມີພຣະເຈົ້າພຽງ ອົງດຽວເທົ່ານັ້ນທີ່ສາມາດຈ່າຍຄ່າປັບໂທດນັ້ນພຽງພຣະອົງດຽວເທົ່ານັ້ນ. ທີ່ສາມາດກະທຳພຣະອົງໃຫ້ມີບາບ (ເບິ່ງພຣະທຳ 2 ໂຄຣິນບົດທີ 5 ຂໍ້ທີ 21). ການເສຍສະຫຼະຊີວິດຂອງຕົນເພື່ອຄວາມຕາຍ ແລະ ການຟື້ນຂຶ້ນມາ ໃໝ່ເປັນການພິສູດໃຫ້ເຫັນວ່າໄຊຊະນະຂອງພຣະອົງຢູ່ເໜືອຄວາມບາບ ແລະ ຄວາມຕາຍ.

English



ກັບໄປທີ່ໂຮມເພດຂອງການແປພາສາ

ພຣະເຍຊູເປັນພຣະເຈົ້າແທ້ບໍ່? ພຣະເຍຊູອ້າງສິດທິໃນການເປັນພຣະເຈົ້າແທ້ບໍ່?
© Copyright Got Questions Ministries