settings icon
share icon
ຄຳຖາມ

ທ່ານໄດ້ຊີວິດທີ່ເປັນນິລັນຫຼືຍັງ?

ຄຳຕອບ


ພຣະຄຳພີໄດ້ບອກຢ່າງຊັດເຈນໃນທາງທີ່ໄປສູ່ຊີວິດນິລັນ. ປະການທຳອິດ, ເຮົາຕ້ອງຄິດກ່ອນວ່າເຮົານັ້ນມີ ຄວາມບາບ ແລະ ຖືກຕັດຂາດຈາກພຣະເຈົ້າ (ເບິ່ງພຣະທຳໂຣມ ບົດທີ 3 ຂໍ້ທີ 23). ກ່າວໄວ້ວ່າ “ເພາະວ່າທຸກຄົນ ໄດ້ກະທຳບາບ ແລະ ເສື່ອມຈາກພຣະສິຣິຂອງພຣະເຈົ້າ” ເຮົາໄດ້ທຳໃນສິ່ງທີ່ພຣະເຈົ້າບໍ່ພໍໃຈເຊິ່ງເຮັດໃຫ້ເຮົາສົມຄວນ ຖືກການລົງໂທດ. ຕັ້ງແຕ່ເດີມມາແລ້ວບາບຂອງພວກເຮົາທັງ ຫຼາຍເຮັດໃຫ້ພວກເຮົາແຍກຫ່າງອອກຈາກພຣະເຈົ້າ ນັ້ນຄືຊີວິດທີ່ເປັນນິລັນໃນພຣະເຍຊູ ຄຣີດສ ພຣະຜູ້ເປັນເຈົ້າຂອງພວກເຮົາ” (ເບິ່ງພຣະທຳໂຣມ ບົດທີ 6 ຂໍ້ທີ 23).

ແຕ່ພຣະເຍຊູຄຣີດສ, ບໍ່ໄດ້ກະທຳບາບເລຍ (ເບິ່ງພຣະທຳ 1 ເປເຕີ ບົດທີ 2 ຂໍ້ທີ 22), ພຣະບຸດຂອງພຣະເຈົ້າຊົງ ມາເກີດເປັນມະນຸດ (ເບິ່ງພຣະທຳຢອນ ບົດທີ 1 ຂໍ້ທີ 1 ແລະ ຂໍ້ທີ 14) ແລະການຕາຍກໍ່ເປັນຊຳລະໂທດບາບ ຂອງເຮົາ “ແຕ່ພຣະເຈົ້າໄດ້ສຳແດງຄວາມຮັກຂອງພຣະອົງແກ່ພວກເຮົາທັງຫຼາຍຄື ຂະນະທິ່ພວກເຮົາເປັນຄົນບາບ ຢູ່ນັ້ນ, ພຣະຄຣີດສໄດ້ສິ້ນພຣະຊົນເພື່ອເຮົາ” (ພຣະທຳໂຣມບົດທີ 5 ຂໍ້ທີ 8). (ໃນພຣະທຳ ຢອດ ບົດທີ 19 ຂໍ້ທີ 31-42) ພຣະເຍຊູຄຣີດສ ສິ້ນພຣະຊົນຢູ່ບົນໄມ້ກາງເຂນ ເຊິ່ງໄດ້ຮັບເອົາໂທດທີ່ພວກເຮົາທັງຫຼາຍສົມຄວນໄດ້ຮັບນັ້ນ ເພື່ອເຮົາຈະເປັນຄົນທີ່ຊອບທຳຂອງພຮະເຈົ້າ (ເບິ່ງໃນພຣະທຳ 2 ໂຄຣີນ ບົດທີ 5 ຂໍ້ທີ 21). ເພື່ອພິສູດວ່າໄຊຊະ ນະຂອງພຣະອົງຢູ່ເໜືອຄວາມບາບ ແລະ ຄວາມຕາຍ (ເບິ່ງໃນພຣະທຳ 1 ໂຄຣີນ ບົດທີ 15 ຂໍ້ທີ 1-4). ເພື່ອພິສູດ ວ່າໄຊຊະນະຂອງພຣະອົງ ຢູ່ເໜືອຄວາມບາບ ແລະ ຄວາມຕາຍ (ເບິ່ງພຣະທຳ 1 ເປເຕີ ບົດທີ 1 ຂໍ້ທີ 3). ກ່າວ ໄວ້ວ່າ “ພຣະເຍຊູຜູ້ທີ່ໃຫ້ຄວາມກະລຸນາແກ່ພວກເຮົາ ພວກເຮົາໄດ້ໃຫ້ພວກເຮົາກຳເນີດໃໝ່ ເຂົ້າສູ່ຄວາມຫວັງທີ່ຈະມີ ຊີວິດຢູ່ໂດຍການຄືນຊີວິດຂອງພຣະເຍຊູຈາກຄວາມຕາຍ”.

ໂດຍຄວາມເຊື່ອຄວາມໄວ້ວາງໃຈ ແລະ ຄວາມສັດທາ ເຮົາທັງຫຼາຍຈົ່ງຫັນກັບມາຈາກຄວາມບາບຂອງເຮົາ ແລະ ຫັນໄປຫາພຣະຄຣີດສ ເພື່ອພຣະອົງຈະຊ່ວຍເຫຼືອພວກເຮົາເພື່ອພົ້ນຈາກອະບາຍ ແລະ ບຶງໄຟນາລົກ (ເບິ່ງພຣະກິດ ຈະກໍາຂອງອັດທຣູ ບົດທີ 3 ຂໍ້ທີ 19). ຖ້າເຮົາວາງຄວາມເຊື່ອ ຄວາມໄວ້ວາງໃຈ ແລະ ຄວາມສັດທາຂອງເຮົາຕໍ່ ພຣະອົງ ມີຄວາມເຊື່ອໃນເລື້ອງການສິ້ນພຣະຊົນຂອງພຣະອົງທີ່ຢູ່ເທິງໄມ້ກາງເຂນ ເພື່ອໄຖບາບຜິດຂອງເຮົາ. ເຮົາກໍ່ ຈະໄດ້ຮັບການອະໄພບາບຜິດ ການສັນຍານວ່າເຮົາຈະໄດ້ມີຊີວິດນີລັນ ຢູ່ໃນແຜ່ນດິນສະຫວັນ (ເບິ່ງພຣະທຳຢອນ ບົດທີ 3 ຂໍ້ທີ 16). “ເພາະວ່າພຣະເຈົ້າຮັກໂລກ ຈົນວ່າໄດ້ປະທານບຸດຄົນດຽວຂອງພຣະອົງ ເພື່ອທຸກຄົນວາງໃຈໃນ ພຣະອົງນັ້ນຈະບໍ່ພິນາດແຕ່ມີຊີວິດນິລັນ” ໃນພຣະທຳໂຣມບົດທີ 10 ຂໍ້ທີ 9 “ຄືວ່າຖ້າທ່ານຈະຮັບດ້ວຍປາກຂອງ ທ່ານວ່າພຣະເຍຊູ ເປັນພຣະຜູ້ເປັນເຈົ້າ ແລະ ເຊື່ອໃນຈິດໃຈວ່າ ພຣະເຈົ້າໄດ້ຊຸບພຣະອົງໃຫ້ຟື້ນຂື້ນມາຈາກຄວາມ ຕາຍ. ທ່ານຈະລອດ” ຄວາມເຊື່ອ ຄວາມໄວ້ວາງໃຈ ແລະ ຄວາມສັດທາເປັນພຽງສິ່ງດຽວທີ່ເຮັດໃຫ້ງານຂອງ ພຣະເຈົ້າສຳເລັດຢູ່ບົນໄມ້ກາງເຂນ ແລະ ເປັນຫົນທາງດຽວເທົ່ານັ້ນທີ່ຈະນຳໄປສູ່ຊີວິດນິລັນ. ພຣະທຳເອເຟຊັສ ບົດທີ 2 ຂໍ້ທີ 8 ແລະ 9 ກ່າວໄວ້ວ່າ “ດ້ວຍວ່າທ່ານທັງຫຼາຍການລອດນັ້ນກໍ່ລອດໂດຍພຣະຄຸນ ແລະ ຄວາມເຊື່ອ ບໍ່ແມ່ນ ໂດຍຕົວທ່ານທັງຫຼາຍກະທຳເອງ. ແຕ່ແມ່ນພະເຈົ້າໄດ້ມອບການລອດນັ້ນໃຫ້ ຄວາມລອດນັ້ນຈະເນື່ອງມາຈາກການ ກະທຳຢ່າງດຽວກໍ່ບໍ່ແມ່ນ ເພື່ອໃຫ້ຄົນໜຶ່ງຄົນໃດລອດໄດ້ ”

ຖ້າທ່ານຕ້ອງການຕ້ອນຮັບພຣະເຍຊູຄຣີດສເປັນຜູ້ຊ່ວຍໃຫ້ລອດ ນີ້ເປັນຕົວຢ່າງຂອງຄຳອະທິຖານ. ຈົ່ງຈຳໄວ້ວ່າ ຜູ້ທີ່ກ່າວຄຳອະທິຖານນີ້ ຫຼືຜູ້ອື່ນທີ່ກ່າວຄຳອະທິຖານນີ້ບໍ່ໄດ້ຊ່ວຍໃຫ້ທ່ານລອດ. ຄວາມເຊື່ອໃນພຣະເຍຊູຄຣີດສ ເປັນພຽງສິ່ງດຽວເທົ່ານັ້ນທີ່ຈະຊ່ວຍໃຫ້ທ່ານລອດຈາກຄວາມບາບ. ຄຳອະທິຖານນີ້ເປັນຫົນທາງທີ່ງ່າຍດາຍ ທີ່ຈະ ບອກພຣະເຈົ້າວ່າ ທ່ານມີຄວາມເຊື່ອໃນພຣະອົງ ແລະ ຂອບໃຈໃນການຊ່ວຍເຫຼືອທ່ານໃຫ້ພົ້ນຈາກຄວາມບາບ ແລະ ຄວາມອະບາຍ ແລະ ບຶງໄຟນາລົກ. “ຂ້າແດ່ພະເຈົ້າ ຂ້າພຣະອົງຮູ້ວ່າຂ້າພຣະອົງກະທຳບາບຕໍ່ພຣະອົງ ແລະ ຂ້າພະອົງສົມຄວນທີ່ຈະຮັບໂທດບາບນັ້ນ. ແຕ່ພຣະເຍຊູຄຣີດສ ໄດ້ຮັບເອົາການທຳໂທດບາບນັ້ນຂອງຂ້າພຣະອົງໄປ ເສຍ. ເພື່ອຈະນຳເອົາຂ້າພຣະອົງຜ່ານຄວາມເຊື່ອທີ່ວ່າ ຂ້າພຣະອົງໄດ້ຮັບເອົາອະໄພບາບ. ຂ້າພະອົງໄດ້ຫັນກັບຈາກ ຄວາມບາບທັງສິ້ນທັງມວນ ແລະ ຂ້າພະອົງກໍ່ໄດ້ວາງຄວາມເຊື່ອ ໄວ້ວາງໃຈຂອງຂ້າພຣະອົງສຳລັບການຊ່ວຍເຫຼືອ ໃຫ້ພົ້ນຈາກຄວາມຜິດບາບ ແລະບຶງໄຟນາລົກ ຂອບໃຈພຣະເຈົ້າສຳລັບຄວາມເມດຕາ ແລະ ການອະໄພບາບທີ່ ແສນວິເສດ ແລະ ໜ້າອັດສະຈັນ ແລະ ຂໍປະທານຊີວິດນີລັນໃຫ້ກັບພຣະອົງດ້ວຍເຖີນ ອາເມນ!"

ທ່ານໄດ້ຕັດສິນໃຈເຊື່ອພະເຈົ້າ ເພາະສິ່ງທີ່ທ່ານໄດ້ອ່ານພົບຈາກບ່ອນນີ້ ແມ່ນຫລືບໍ່? ຖ້າແມ່ນ.. ກະລຸນາຄລິກປຸ່ມ “ຂ້ອຍໄດ້ຮັບພະຄຣິດເຂົ້າມາໃນຊີວິດຕັ້ງແຕ່ວັນນີ້”

English



ກັບໄປທີ່ໂຮມເພດຂອງການແປພາສາ

ທ່ານໄດ້ຊີວິດທີ່ເປັນນິລັນຫຼືຍັງ?
© Copyright Got Questions Ministries